ແຂວງນະຄອນຫຼວງວຽງຈັນ
ແຂວງຊຽງຂວາງ
ແຂວງຈໍາປາສັກ
ແຂວງຫຼວງພະບາງ
ແຂວງບໍ່ແກ້ວ (ອັງກິດ: Bokeo Province) ເປ້ນແຂວງໜຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງທິດຕະເວັນຕົກສຽງເໜືອຂອງລາວ ເປັນແຂວງທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະ ຍັງຢູ່ໃນເຂດສາມຫຼ່ຽມຄຳອີກດ້ວຍ. ເຂດນີ້ ເຄີຍມີບົດບາດອັນສຳຄັນອັນຍິ່ງໃຫຍ່ ທາງດ້ານປະຫວັດສາດ ໃນສະໄຫມສັດຕະວັດ ທີ 20. ມີຮ່ອງຮອຍຄວາມຈະເລີນຮຸ່ງເຮືອງ ທາງດ້ານສາດສະຫນາ, ການປົກຄອງ, ກະສັດ, ປະຫວັດດ້ານສົງຄາມ ແລະ ການຄ້າ ໃນສະໄຫມກ່ອນ, ພ້ອມທັງປູຊະນີຍະສະຖານ, ອະຣິຍະທຳອັນລ້ຳຄ່າ, ສະຖາປັດຕະຍະກຳອັນເປັນເອກະລັກ ແລະ ວັດວາອາຮາມທີ່ເກົ່າແກ່ ທີ່ຫນ້າສົນໃຈຫລາຍແຫ່ງ. ແຂວງບໍ່ແກ້ວ ເປັນແຂວງໜຶ່ງທີ່ມີພູດອຍກວມເປັນສ່ວນໃຫຍ່ ມີເນື້ອທີ່ທັງໝົດ 6.196 ກິໂລຕາ ແມັດ, ເນື້ອທີ່ ມີ 47.820 ເຮັກຕາ ມີພົນລະເມືອງທັງໝົດ 179,300 ຄົນ ຍິງ 89.300 ຄົນ ມີ 291 ບ້ານ ແລະ 27,606 ຄົວເຮືອນ. ແຂວງບໍ່ແກ້ວ ປະກອບ ດ້ວຍຫຼາຍຊົນເຜົ່າຄື: ໄຕ, ມົ້ງ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີ, ກຶມມຸ ຯລຯ
ແຂວງບໍ່ແກ້ວ ມີເສັ້ນທາງ ຫຼວງເຊື່ອມຕໍ່ ລະຫວ່າງ ທິດເຫນືອ-ທິດຕາເວັນຕົກສຽງເໜືອ ທີ່ສຳຄັນ ລະຫວ່າງ ປະເທດ ໄທ ແລະ ສປ ຈີນ. ເສັ້ນທາງດ່ວນ R3 ຖືກກໍ່ສ້າງສຳເລັດໃນປີ 2010,ຕໍ່ມາໃນປີ 2013 ຂົວມິດຕະພາບ ຂ້າມແມ່ນ້ຳຂອງ ແຫ່ງທີ 4 ກໍ່ໄດ້ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ ຢ່າງເປັນທາງການ, ເຊິ່ງຈະສາມາດເຊື່ອມຕໍ່ລະບົບຄົມມະນາຄົມຂົນສົ່ງ ລະຫວ່າງ ຂຸນຫມິງ (ສປ ຈີນ) ແລະ ບາງກອກ (ປະເທດໄທ) ຜ່ານເສັ້ນທາງ R3 ເພື່ອເຊື່ອມໂຍງເສດຖະກິດລະຫວ່າງ 3 ປະເທດ ເຊິ່ງຄາດວ່າ ຈະເປັນໂອກາດ ແລະ ສິ່ງກະຕຸກຊຸກຍູ້ ໃຫ້ບັນດາຂະແຫນງການຕ່າງໆ ທາງດ້ານເສດຖະກິດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວໄດ້ຢ່າງໄວວາ.
ແຂວງຜົ້ງສາລີ
ແຂວງຜົ້ງສາລີ “ເໜືອສຸດໃນປະເທດລາວ” ເປັນດິນແດນຂອງລາວທີ່ຕິດກັບ ປະເທດຈີນ ແລະ ຫວຽດນາມ ເຮັດໃຫ້ກາຍເປັນພື້ນທີ່ຍຸດທະສາດ ທີ່ມີການເຂົ້າມາຢຶດຄອງຈາກຫົວເມືອງໃຫຍ່ທັງຫລາຍໃນອະດີດ ໃນປະຈຸບັນ ເມືອງຜົ້ງສາລີ ເປັນເມືອງເອກຂອງແຂວງ ຕົວເມືອງຕັ້ງຢູ່ເທິງພູເຂົາສູງ 1,400 ແມັດ ໃນເຂດພູຟ້າ ເຮັດໃຫ້ອາກາດເຢັນສະບາຍຕະຫລອດປີ
ປະຫວັດແຂວງຜົ້ງສາລີ[ແກ້ໄຂ]
ເນື່ອງຈາກຕັ້ງຢູ່ໃນໄຊຍະພູມອັນເປັນ ຈຸດຍຸດທະສາດສຳຄັນ ຄືຢູ່ເຄິ່ງກາງລະຫວ່າງຈີນ ກັບ ຫວຽດນາມ ຝຣັ່ງຈຶ່ງໃຫ້ຄວາມສຳຄັນກັບພື້ນທີ່ແຖບນີ້ຫລາຍເຖິງຂະໜາດສັ່ງການໃຫ້ຕັ້ງຄ້າຍກອງທະຫານຮັກສາການຂຶ້ນ ດັ່ງມີຮ່ອງຮອຍຂອງສະຖາປັດຕະຍະກຳແບບຝຣັ່ງປາກົດໃຫ້ເຫັນຕາມຮ່ອມຕ່າງໆ ແມ່ນອາຄານພານິດຂອງຈີນ ທີ່ເນັ້ນປະໂຫຍດໃຊ້ສອຍໄປສ່ວນໃຫຍ່ ຕາມບັນທຶກກ່າວໄວ້ວ່າໃນອະດີດຜົ້ງສາລີມີຖານະເປັນໜຶ່ງໃນເມືອງຂອງພວກໄທລື້ໃນແຄວ້ນສິບສອງປັນນາ ຕົກປີພ.ສ 2438 ລາວກໍ່ໄດ້ເສຍດິນແດນສິບສອງປັນນາແລະສິບສອງຈຸທັຍ ໃຫ້ແກ່ຈີນ ຕໍ່ມາເມື່ອຕົກມາເປັນຂອງລາວ ຈຶ່ງກາຍເປັນແຂວງ ທີ່ມີຄວາມຫລາກຫລາຍທາງເຊື້ອຊາດຫຼາຍທີ່ສຸດແຂວງໜຶ່ງ. ມີທັງ: ລາວລຸ່ມ, ມົ້ງ, ອາຂ່າ, ຢ້າວ, ໄທລື້ ແລະ ເຜົ່າຕ່າງໆ ລວມເຖິງຊາວຕ່າງດ້າວຫວຽດນາມ ກັບ ຈີນ ເນື່ອງຈາກລັດຖະບານລາວມີນະໂຍບາຍທີ່ຈະສ້າງ ເອກະພາບໃນຄວາມຫລາກຫລາຍ ຈຶ່ງໄດ້ລວມຊົນກຸ່ມນ້ອຍເຖິງ 23 ເຜົ່າ ເຂົ້າດ້ວຍກັນ.
ທີ່ຕັ້ງ[ແກ້ໄຂ]
- ທິດເໜືອ ແລະ ທິດຕາເວັນຕົກຕິດກັບ ສ.ປ ຈີນ
- ທິດໃຕ້ຕິດກັບ ແຂວງອຸດົມໄຊ ແລະ ຫລວງພະບາງ
- ທິດຕາເວັນອອກ ຕິດກັບ ສ.ສ ຫວຽດນາມ
ບັນດາເມືອງ[ແກ້ໄຂ]
ແຂວງຜົ້ງສາລີປະກອບດ້ວຍ 7 ເມືອງຄື:
- ເມືອງບຸນໃຕ້(Boun Tai) (2-07)
- ເມືອງຂວາ(Khoa) (2-03)
- ເມືອງໃໝ່(Mai) (2-02)
- ເມືອງຍອດອູ(Gnot-Ou) (2-06)
- ເມືອງຜົ້ງສາລີ(Phongsali) (2-01)
- ເມືອງສຳພັນ(Samphan) (2-04)
- ເມືອງບຸນເໜືອ (bounneua)
ປະຊາກອນ[ແກ້ໄຂ]
ແຂວງຜົ້ງສາລີ ເປັນແຂວງທີ່ມີຄວາມຫຼາກຫຼາຍທາງດ້ານປະຊາກອນ ຫຼາຍທີ່ສຸດ ເນື່ອງຈາກມີເຖິງ 23 ຊົນເຜົ່າອາໄສຢູ່ພາຍໃນແຂວງ ປະກອບດ້ວຍ: ລາວລຸ່ມ, ໄທລື້, ໄທດຳ, ມົ້ງ, ກຶມມຸ, ຢ້າວ, ມູເຊີ, ຫໍ້,ຢັ້ງ, ໂລໂລ ຯລຯ
ສະຖານທີ່ທ່ອງທ່ຽວ[ແກ້ໄຂ]
ແຂວງສະຫວັນນະເຂດ
ປະຫວັດແຂວງສະຫວັນນະເຂດ[ແກ້ໄຂ]
ປະຫວັດສາດຂອງສະຫວັນນະເຂດເລີ່ມໃນສະໄຫມຂອມ ເຮືອງອຳນາດ ເມືອງນີ້ຊື່ວ່າເມືອງສຸວັນນະພູມປະເທດເປັນເມືອງ ທີ່ອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດໃນປີ ຄສ 1577 ທ້າວຫລວງ ແລະ ນາງສິມໄດ້ອົບພະຍົກຜູ້ຄົນຈາກພາກເຫນືອລົງມາຕັ້ງຫມູ່ບ້ານຊື່ວ່າ ຫລວງໂພນເມືອງສິມຫ່າງຈາກຕົວເມືອງ ປະຈຸບັນປະມານ 18 ກິໂລແມັດ ເສັ້ນທາງດຽວ ກັບໄປພະທາດອີງຮັງ ເມື່ອເຖິງປີ ຄສ 1642 ທ້າວ ສິມພະລີ (ລູກຊາຍ) ໄດ້ພາຊາວບ້ານຫລາຍສິບຄອບຄົວແຍກອອກໄປຕັ້ງເມືອງໃຫມ່ ໃນເຂດສະຫວັນນະເຂດເອີ້ນວ່າບ້ານທ່າແຮ່ ເພາະອຸດົມສົມບູນດ້ວຍແຮ່ທາດຕ່າງໆ ຈົນເຖິງປີ ຄສ 1919 ເມື່ອລາວຕົກເປັນອານານິຄົມຝັ່ງໄດ້ຕັ້ງສຳນັກງານ ຜູ້ວ່າລາຊະການແຜ່ນດິນປະຈຳແຂວງຢູ່ ທ່າແຮ່ ແລະຕັ້ງຊື່ໃຫ້ໃຫມ່ເປັນ "ສະຫວັນນະເຂດ".
ທີ່ຕັ້ງ[ແກ້ໄຂ]
ແຂວງສະຫວັນນະເຂດ ຕັ້ງຢູ່ໃນເສັ້ນຂະໜານທີ 16° 32′ 24″ ເໜືອ ແລະ ເສັ້ນແວງທີ 105° 46′ 48″ ຕາເວັນອອກ, ມີເນື້ອທີ່ 2,177,400 ເຮັກຕາ ແລະ ມີເຂດແດນຕິດຈອດກັບແຂວງ ແລະ ປະເທດໃກ້ຄຽງຄືດັ່ງນີ້ :
- ທິດເໜືອຕິດກັບແຂວງຄຳມ່ວນ ຍາວເຖິງ 314 ກມ.
- ທິດໃຕ້ຕິດກັບແຂວງສາລະວັນ ຍາວເຖິງ 259 ກມ.
- ທິດຕາເວັນອອກຕິດກັບ ສ.ສ.ຫວຽດນາມ ຍາວ122 ກມ.
- ທິດຕາເວັນຕົກຕິດກັບຣາຊະອານາຈັກໄທ ຍາວ 152 ກມ
ແຂວງສະຫວັນນະເຂດ ໄດ້ແບ່ງອອກເປັນສອງເຂດໃຫຍ່ຄື: ເຂດທົ່ງພຽງກວມ 59% ແລະ ເຂດພູພຽງກວມ 41%(ແບ່ງຕາມລະດັບສູງຈາກນ້ຳທະເລ). ເຂດທົ່ງພຽງແບ່ງອອກເປັນອີກສອງເຂດຄື:
ເຂດທົ່ງພຽງສ່ວນທີ່ລຽບຕາມລຳແມ່ນໍ້າຂອງ ກວມເອົາ 04 ເມືອງຄື: ເມືອງໄຊບູລີ, ເມືອງໄກສອນ ພົມວິຫານ,ເມືອງໄຊພູທອງ ແລະ ສອງຄອນ, ເປັນເຂດທີ່ອຸດົມສົມບູນດ້ວຍເຂົ້າປາອາຫານເປັນແຫລ່ງການຜະລິດເຂົ້າ, ພືດຕະກູນ ຖົ່ວແລະລ້ຽງສັດ(ສັດປີກ,ສັດໃຫຍ່ ແລະ ປາ) ເຊີ່ງມີຄວາມ ສູງຈາກລະດັບນ້ຳທະເລແຕ່ 140 ຫາ 180 ແມັດ.
ສ່ວນເຂດທົ່ງພຽງທີ່ຕັ້ງຢູ່ໃຈກາງລະຫວ່າງເຂດພູພຽງ ກັບທົ່ງພຽງລຽບນ້ຳຂອງນັ້ນ ກວມເອົາ 06 ເມືອງຄື: ເມືອງອຸທຸມພອນ, ອາດສະພັງທອງ, ພະລານໄຊ, ເມືອງຈຳພອນ,ຊົນນະບູລີ ແລະ ອາດສະພອນ, ເຂດນີ້ເປັນເຂດທີ່ປູກເຂົ້າ, ປູກພືດອຸດສາຫະກຳ ແລະ ລ້ຽງສັດໃຫຍ່(ງົວຄວາຍ) ເຊີ່ງມີຄວາມສູງຈາກລະດັບນ້ຳທະເລແຕ່ 180 ຫາ 200 ແມັດ.
ສ່ວນວ່າເຂດພູພຽງກວມເອົາ 05 ເມືອງປະກອບມີ: ເມືອງນອງ,ເຊໂປນ,ວິລະບູລີ, ພີນ ແລະ ທ່າປາງທອງ ເປັນເຂດລໍ່ລ້ຽງໃຫ້ຄວາມຊຸ່ມຊື່ນໃຫ້ເຂດທົ່ງພຽງ, ເໝາະສົມໃນການປູກ ໄມ້ໃຫ້ໝາກ, ພຶດອຸດສາຫະກຳ ແລະ ລ້ຽງສັດ ໃຫຍ່ທຸກໆປະເພດ, ເຂດນີ້ມີຄວາມສູງຈາກລະດັບໜ້ານ້ຳທະເລແຕ່ 200 ຫາ 1.000 ແມັດ.
ປ່າສະຫງວນ[ແກ້ໄຂ]
ປ່າສະຫງວນພາຍໃນແຂວງປະກອບມີ: ປ່າສະຫງວນແຫ່ງຊາດເຊບັ້ງນວນ, ປ່າສະຫງວນແຫ່ງຊາດດົງພູວຽງ ແລະ ປ່າສະຫງວນແຫ່ງຊາດພູຊ້າງແຫ່. ພູຊ້າງແຫ່ເປັນສາຍພູຫີນ ແລະ ເປັນຖິ່ນອາໄສຂອງຊົນເຜົ່າຜູ້ໄທ. ດົງພູວຽງເປັນທີ່ຮູ້ຈັກກັນວ່າເປັນປ່າເກົ່າແກ່ທີ່ມີຕົ້ນໄມ້ສູງໃຫຍ່, ບຶງສັກສິດ ແລະ ພະທາດອີງຮັງ, ນອກຈາກນັ້ນຍັງມີສັດທີ່ໃກ້ສູນພັນເຊັ່ນ: ໂອ່ງ, ຄ່າງເງິນ ແລະ ນົກແກງ ເຊິ່ງພົບເຫັນໄດ້ຍາກໃນປ່າສະຫງວນແຫ່ງອື່ນໆ.
ເຂດການປົກຄອງ[ແກ້ໄຂ]
- ເຂດການປົກຄອງ:15 ເມືອງ, 1.016 ບ້ານ, 168 ກຸ່ມບ້ານ
- ປະຊາກອນ : 886.985 ຄົນ, ຍິງ450.100 ຄົນ
- ອັດຕາເພີ່ມສະເລ່ຍແຕ່ລະປີ ປະມານ 1,7 %
- ຄວາມຫນາແຫນ້ນສະເລັ່ຍ 41 ຄົນ/ກິໂລແມັດມົນທົນ.
- ປະກອບດ້ວຍ 2 ເຜົ່າໃຫຍ່ຄື: ເຜົ່າລາວລຸ່ມ, ເຜົ່າລາວເທິງ.
- ເນື້ອທີ່ : 2.177.400 ເຮັກຕາ, ດິນກະສິກຳມີ : 7 ແສນ
ກວ່າເຮັກຕາ ເນື້ອທີ່ປ່າໄມ້ 1,5 ລ້ານເຮັກຕາ, ເນື້ອທີ່ທົ່ງພຽງ
ກວມ59% ແລະ ເນື້ອທີ່ເຂດພູດອຍກວມ41%.
ບັນດາເມືອງ[ແກ້ໄຂ]
| ແຜນທີ່ | ລະຫັດ | ຊື່ |
|---|---|---|
| 13-01 | ເມືອງໄກສອນ ພົມວິຫານ (ເມືອງຄັນທະບູລີໃນເມື່ອກ່ອນ) | |
| 13-02 | ເມືອງອຸທຸມພອນ | |
| 13-03 | ເມືອງອາດສະພັງທອງ | |
| 13-04 | ເມືອງພີນ | |
| 13-05 | ເມືອງເຊໂປນ | |
| 13-06 | ເມືອງນອງ | |
| 13-07 | ເມືອງທ່າປາງທອງ | |
| 13-08 | ເມືອງສອງຄອນ | |
| 13-09 | ເມືອງຈຳພອນ | |
| 13-10 | ເມືອງຊົນນະບູລີ | |
| 13-11 | ເມືອງໄຊບູລີ | |
| 13-12 | ເມືອງວິລະບູລີ | |
| 13-13 | ເມືອງອາດສະພອນ | |
| 13–14 | ເມືອງໄຊພູທອງ | |
| 13–15 | ເມືອງພະລານໄຊ |
ແຮງງານ[ແກ້ໄຂ]
- ແຕ່ອາຍຸ 15 ປີ ຫາ 60 ປີ ຈຳນວນ: 479.756 ຄົນ,ກວມ 54 %ຂອງປະຊາກອນ. - ເງິນເດືອນຕ່ຳສຸດ 70 ໂດລາສະຫະລັດຕໍ່ເດືອນ.
ການຄົມມະນາຄົມ[ແກ້ໄຂ]
- ເສັ້ນທາງຫມາຍເລກ 9 ເປັນເສັ້ນທາງເຊື່ອມເສດຖະກິດທິດຕາເວັນອອກ-ຕາເວັນຕົກ ຫລື EWEC.
- ເສັ້ນທາງຫມາຍເລກທີ 13 ເປັນເສັ້ນທາງຕັດຜ່ານແຕ່ເໜືອຫາໃຕ້.
ເດີ່ນບິນ[ແກ້ໄຂ]
- ມີຖ້ຽວບິນ ສະຫວັນນະເຂດ ຫາ ນະຄອນຫຼວງວຽງຈັນ
- ມີຖ້ຽວບິນ ສະຫວັນນະເຂດ ຫາ ປາກເຊ
- ສະຫວັນນະເຂດ ຫາ ບາງກອກ ປະເທດ ຣາຊະອານາຈັກໄທ
- ສະຫວັນນະເຂດ ຫາ ດານັງ ປະເທດ ສສ ຫວຽດນາມ
ໂທລະຄົມມະນາຄົມ[ແກ້ໄຂ]
ມີເຄືອຂ່າຍຕິດຕໍ່ໄດ້ທຸກໆເມືອງໃນ 15 ຕົວເມືອງຂອງແຂວງສະຫວັນນະເຂດ.
ການລົງທຶນຈາກຕ່າງປະເທດ[ແກ້ໄຂ]
- ຖ້າລົງທຶນໃນເຂດ 1: ຈະໄດ້ຮັບການຍົກເວັ້ນອາກອນກຳໄລເປັນໄລຍະເວລາ 7 ປີ ແລະ ຫລັງຈາກນັ້ນຈະໄດ້ເສຍອາກອນກຳໄລເຕັມໃນອັດຕາສິບສ່ວນຮ້ອຍ(10%).
- ຖ້າລົງທຶນໃນເຂດ 2: ຈະໄດ້ຮັບການຍົກເວັ້ນອາກອນກຳໄລເປັນໄລຍະເວລາ 5ປີ, ຫລັງຈາກນັ້ນຈະໄດ້ເສຍອາກອນ ກຳໄລໃນອັດຕາຫລຸດຜ່ອນເຄິ່ງຫນຶ່ງຂອງສິບຫ້າສ່ວນຮ້ອຍ (15%) ໃນໄລຍະ 3 ປີ ແລະ ຫລັງຈາກນັ້ນຈະໄດ້ເສຍອາກອນກຳໄລເຕັມໃນອັດຕາສິບຫ້າສ່ວນຮ້ອຍ (15%).
- ຖ້າລົງທຶນໃນເຂດ 3: ຈະໄດ້ຮັບການຍົກເວັ້ນອາກອນກຳໄລເປັນໄລຍະເວລາ 2 ປີ ຈາກນັ້ນຈະໄດ້ເສຍອາກອນກຳໄລໃນອັດຕາເຄິ່ງຫນຶ່ງຂອງຊາວສ່ວນຮ້ອຍ(20%)ໃນໄລຍະ ເວລາ 2 ປີ ແລະ ຫລັງຈາກນັ້ນຈະໄດ້ເສຍອາກອນກຳໄລເຕັມໃນອັດຕາຊາວສ່ວນຮ້ອຍ (20% ).
| ປະເທດ | ໂຄງການ | ມູນຄ່າ $USD | % |
| ສ.ປ.ຈີນ | 26 | 284.866.974 | 22.36 |
| ໄທ | 24 | 137.415.324 | 10.79 |
| ຫວຽດນາມ | 16 | 68.027.396 | 5.34 |
| ເກົາຫລີ | 6 | 74.700.000 | 5.86 |
| ມາເລເຊຍ | 5 | 10.200.000 | 0.80 |
| ອົດສະຕຣາລີ | 4 | 320,000,000 | 25.12 |
| ຝຣັ່ງ | 3 | 2.717.568 | 0.21 |
| ສິງກະໂປ | 3 | 5.709.699 | 0.45 |
| ຍີປຸ່ນ | 3 | 7.200.000 | 0.57 |
| ອື່ນໆ | 7 | 363.290.000 | 28.51 |
| ລວມ | 97 | 1.274.126.961 | 100 |
ສະຖານທີ່ທ່ອງທ່ຽວ[ແກ້ໄຂ]
- ພະທາດອີງຮັງ
- ເຮືອນຫີນ
- ພະທາດໂພ່ນ
- ຫໍພິພິດທະພັນສະຫວັນນະເຂດ
- ຫໍພິພິດທະພັນໄດໂນເສົາ
- ຂົວມິດຕະພາບລາວ-ໄທ ແຫ່ງທີ II
- ຫໍໄຕ
- ປ່າສະຫງວນແຫ່ງຊາດພູຊ້າງແຫ່
- ຕະຫລາດສິງກະໂປ
- ວັດໄຊຍະພູມ
- ວັດເຈົ້າ
- ຖະຫນົນສີເມືອງ
- ວັດຣັດຕະນະລັງສີ
- ອະນຸສາວະລີທ່ານກຸວໍລະວົງ
- ໂບດເຊັນເທເລຊາ
- ໜອງປາຝາ
- ດົງລີງ
- ເຊໂປນ
- ປ່າສະຫງວນດົງນາຕາດ
- ຫໍພິພິທະພັນໄຊຊະນະຮ່ວມສຳພັນສູ້ຮົບບໍລິເວນທາງເລກ 9
- ເສັ້ນທາງໂຮ່ຈິມິນ
ແຂວງສາລະວັນ
ປະຫວັດແຂວງສາລະວັນ[ແກ້ໄຂ]
ທີ່ຕັ້ງ[ແກ້ໄຂ]
ມີຊາຍແດນຕິດກັບ 3 ແຂວງ ແລະ 2 ປະເທດຄື:
- ທິດເໜືອ ຕິດກັບ ແຂວງ ສະຫວັນນະເຂດ
- ທິດໃຕ້ຕິດກັບ ແຂວງຈຳປາສັກ ແລະ ແຂວງເຊກອງ
- ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
- ທິດຕາເວັນຕົກຕິດກັບ ປະເທດໄທ
ປະຊາກອນ[ແກ້ໄຂ]
ສາລະວັນ ປະກອບມີຫລາຍຊົນເຜົ່າດຳລົງຊີວິດຢູ່ລວມແລ້ວທັງຫມົດ 14 ຊົນເຜົ່າ ທີ່ມີພາສາປາກເວົ້າແຕກຕ່າງກັນ ລວມເຖິງຂະນົບທຳນຽມ, ຮີດຄອງປະເພນີ, ຄວາມເຊື່ອຖື ຂອງບັນດາເຜົ່າທີ່ບໍ່ຄືກັນ ຫາຍາກທີ່ຈະໄດ້ສຳຜັດກັບຄວາມຫລາກຫລາຍຂອງແຕ່ລະຊົນເຜົ່າ ເຊິ່ງສາມາດຖ່າຍທອດປະສົບການທາງດ້ານວັດທະນະທຳ ທີ່ນ້ອຍຫນັກນ້ອຍຫນາທີ່ຈະໄດ້ພົບເຫັນ. ປະກອບດ້ວຍລາວລຸ່ມ, ຂະໝຸ,ອາລັກ, ກະຕາງ, ກະຕູ, ແງະ,ຜູ້ໄທ, ຕະໂອ້ຍ, ປະໂກະ, ຕົງ, ຊ່ວຍ ຯລຯ. ເຊິ່ງແຕ່ລະຊົນເຜົ່າເຫລົ່ານັ້ນ ລ້ວນແຕ່ຕັ້ງບ້ານເຮືອນຢູ່ແບບກະແຈກກະຈາຍ ແລະ ຢຶດຖືອາຊີຍເຮັດນາເປັນຕົ້ນຕໍ, ພ້ອມກັນນັ້ນ ດ້ານການເຊື່ອຖືກແຕກຕ່າງກັນໂດຍສະ້າະຊົນເຜົ່າຕະໂອ້ຍມີວັດະຮທຳນັບຖືເທບເທວະດາຜູດຜີຍ່າງເຄັ່ງຄັດ
ບັນດາເມືອງ[ແກ້ໄຂ]
ແຂວງສາລະວັນ ມີທັງໝົດ 8 ເມືອງຄື:
- ເມືອງສາລະວັນ (14-01)
- ເມືອງລະຄອນເພັງ (14-04)
- ເມືອງວາປີ (14-05)
- ເມືອງເລົ່າງາມ (14-07)
- ເມືອງຕຸ້ມລານ (14-03)
- ເມືອງຕະໂອ້ຍ (14-02)
- ເມືອງຄົງເຊໂດນ (14-06)
- ເມືອງສະມ້ວຍ (14-08)
ສະຖານທີ່ທ່ອງທ່ຽວ[ແກ້ໄຂ]
- ປ່າສະຫງວນແຫ່ງຊາດເຊບັ້ງນວນ
- ຕາດເລາະ
- ປ່າສະຫງວນແຫ່ງຊາດພູຊຽງທອງ
- ນ້ຳຕົກເຊເສດ
- ບຶງແຂ້
- ໝູ່ບ້ານກະຕັງ
- ໝູ່ບ້ານຕະໂອຍ
- ຊົນເຜົ່າລະເວນ
- ນ້ຳຕົກຕາດເທວະດາ
- ບຶງກຸດຈະເກີງ
- ບຶງຫຼົ່ມໂລກ
- ແກ້ງກຸ
- ຄໍາຂວັນທ່ອງທ່ຽວ
ແຂວງຫຼວງນໍ້າທາ
ປະຫວັດແຂວງຫລວງນ້ຳທາ[ແກ້ໄຂ]
ແຂວງນີ້ແຕ່ເດີມເປັນສ່ວນໜຶ່ງຂອງ ແຂວງຫົວຂອງ ເປັນພື້ນທີ່ຂອງແຂວງຫຼວງນ້ຳທາ ແລະ ບໍ່ແກ້ວໃນປັດຈຸບັນລວມກັນ ຕໍ່ມາຈຶ່ງໄດ້ຍຸບ ແຂວງຫົວຂອງ ລົງ ແລະ ແຍກອອກເປັນ 2 ແຂວງ ທີ່ຕັ້ງແຂວງຫົວຂອງເດີມ ໄດ້ຖືກຍຸບລົງອີກຄັ້ງ ແລະ ຕັ້ງເປັນແຂວງໃໝ່ ແລະ ປ່ຽນຊື່ເປັນແຂວງບໍ່ແກ້ວ ແລະ ແຍກເມືອງທາງເໜືອຂອງແຂວງຫົວຂອງເດີມໄປຕັ້ງແຂວງໃໝ່ ຄື ແຂວງຫຼວງນ້ຳທາ ໃນປັດຈຸບັນ.
ທີ່ຕັ້ງ[ແກ້ໄຂ]
- ທິດເໜືອຕິດກັບ ສ.ປ ຈີນ
- ທິດໃຕ້ຕິດກັບ ແຂວງບໍ່ແກ້ວ
- ທິດຕາເວັນອອກຕິດກັບ ແຂວງອຸດົມໄຊ
- ທິດຕາເວັນຕົກຕິດກັບ ສະຫະພາບມຽນມາ
ລັກສະນະພູມສັນຖານ[ແກ້ໄຂ]
ບັນດາເມືອງ[ແກ້ໄຂ]
- 03-01 ເມືອງຫຼວງນໍ້າທາ (Luangnamtha)
- 03-02 ເມືອງສີງ (Sing)
- 03-03 ເມືອງລອງ (Long)
- 03-04 ເມືອງວຽງພູຄາ (Viangphoukha)
- 03-05 ເມືອງນາແລ (Nale)
ສະຖານທີ່ທ່ອງທ່ຽວ[ແກ້ໄຂ]
- ວັດຫຼວງບ້ານຊຽງໃຈ
- ພະທາດຊຽງຕຶງ
- ພະທາດເມືອງສີງ
- ເຮືອນພະຍາເຊກອງ
- ຣີສອດເມືອງຫລາ
- ຕະຫລາດກາງຄືນ
- ເມືອງສີງ
- ຕະຫຼາດໃຫຍ່
- ພະທາດຫຼວງນ້ຳທາ
- ເຂດເສດຖະກິດພິເສດບໍ່ເຕັນແດນຄຳ
- ປ່າສະຫງວນແຫ່ງຊາດນ້ຳຫ້າ
- ຖ້ຳເກົ່າເຫຼົ້າ ວຽງພູຄາ
- ຕາດນ້ຳດີ
- ພະທາດ ປຸມປຸກ ບ້ານ ນ້ຳແງ້ນ
- ບ້ານຊົນເຜົາຍວນ ບ້ານວຽງເໜຶອ
- ວັດຫລວງຂອນ ບ້ານຫລວງ
ແຂວງຫົວພັນ
ແຂວງຫົວພັນ
| |||||||||||||||||||||
ຫົວພັນ (ອັງກິດ: Houaphan) ແມ່ນແຂວງໜຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງພາກເໜືອ ຢູ່ທິດຕະເວັນອອກສຽງເໜືອຂອງແຂວງຊຽງຂວາງ ປະຫວັດສາດຂອງສອງແຂວງນີ້ມີຄວາມຄ້າຍຄືກັນ ພູມີປະເທດເປັນພູເຂົາສະຫລັບຊັບຊ້ອນ ພື້ນທີ່ສ່ວນໃຫຍ່ເປັນປ່າໄມ້ ອາກາດຄ່ອນຂ້າງໜາວ ປະກອບດ້ວຍຊົມກຸ່ມນ້ອຍກວ່າ 20 ເຜົ່າ ໄດ້ແກ່: ລາວລຸ່ມ, ໄທຂາວ, ໄທແດງ, ໄທເໜືອ, ໄທນ້ອຍ, ມົ້ງ, ຂະໝຸ ຯລຯ ສ່ວນໃຫຍ່ໃຊ້ພາສາຕະກູນພາສາ ລາວ-ໄຕ ແຂວງຫົວພັນ ==
ທີ່ຕັ້ງ[ແກ້ໄຂ]
- ທິດຕາເວັນອອກ ແລະ ທິດເໜືອ ຕິດກັບ ສ.ສ ຫວຽດນາມ
- ທິດໃຕ້ ຕິດກັບ ແຂວງຊຽງຂວາງ
- ທິດຕາເວັນຕົກ ຕິດກັບ ແຂວງຫລວງພະບາງ
ແຂວງ ຫົວພັນ ເປັນແຂວງທີ່ມີອຸນຫະພູມສະພາບອາກາດ ເຢັນ, ໜາວ ເຊິ່ງຍາມຝົນອຸນຫະພູມສະເລ່ຍ 30 - 33 c° ແລະ ຍາມແລ້ງອຸນຫະພູມສະເລ່ຍ 0 - 2 c°, ບາງປີກໍມີຄວາມໜາວແຮງຮອດ (-4) - (0) c° ໂດຍສະເພາະແມ່ນປີ 1987, 1998 , 2015 ອຸນຫະພູມລດລົງຮອດ (-3) c°.
ການປົກຄອງ[ແກ້ໄຂ]
ແຂວງຫົວພັນປະກອບດ້ວຍ 10 ເມືອງຄື:
- 07-01 ຊຳເໜືອ (Xamneua)
- 07-02 ຊຽງຄໍ້ (Xiengkhor)
- 07-03 ເມືອງຮ້ຽມ (Muang heim)
- 07-04 ວຽງໄຊ (Viengxay)
- 07-05 ຫົວເມືອງ (Huameuang)
- 07-06 ຊຳໃຕ້ (Xamtay)
- 07-07 ສົບເບົາ (Sop Bao)
- 07-08 ເມືອງແອດ (Muang Et)
- 07-09 ເມືອງກອັນ(muang kone)
- 07-10 ເມືອງຊ່ອນ(Muang son)
ສະຖານທີ່ທ່ອງທ່ຽວ[ແກ້ໄຂ]
ຕາດສະເຫຼີ້ຍ
ແຂວງອັດຕະປື
ອັດຕະປື (ອັງກິດ: Attapeu) ຕາມສຳນຽງເວົ້າ, ຖ້າ ຂຽນ ຕາມ ຄວາມໝາຍ ແມ່ນ ອັຕາປື. ເປັນ ແຂວງຫນຶ່ງ ຂອງ ປະເທດລາວ ຕັ້ງຢູ່ ທາງທິດຕະເວັນອອກສຽງໃຕ້ ຂອງ ປະເທດລາວ ໄປທາງເໜືອ ຕິດກັບ ແຂວງ ເຊກອງ ມີ ເສັ້ນທາງ ເຊື່ອມຕໍ່ ເຊກອງ-ອັຕາປື. ທາງຕະເວັນຕົກ ຕິດກັບ ຈຳປາສັກ ມີເສັ້ນທາງເຊື່ອມຕໍ່ 2 ສາຍ ຄື ເສັ້ນທາງ ປະທຸມພອນ-ສະໜາມໄຊ ແລະ ທາງ ຜ່ານ ເຄື່ອນໄຟຟ້າ ຫ້ວຍເຮາະ-ອັຕາປື . ທາງດ້ານ ຕະເວັນອອກ ມີ ພູເຂົາ ແຍກ ອັຕາປື ອອກຈາກ ຫວຽດນາມ ມີ ເສັ້ນທາງ ເຊື່ອມຕໍ່ ອັຕຕະປື-ພູເກືອ-ວຽດນາມ . ແຂວງ ອັຕາປື ຕິດກັບ ກຳປູເຈຍທາງໃຕ້, ມີ ນໍ້າເຊກອງ ເປັນ ເສັ້ນທາງ ເຊື່ອມຕໍ່ ແລະ ພວມ ມີແຜນ ສ້າງເສັ້ນທາງບົກ ຜ່ານ ເມືອງ ພູວົງ ໄປຫາ ກຳປູເຈຍ, ມີ ສນາມບິນ ສາກົນ.
ແຂວງ ອັຕາປື ເປັນ ແຂວງ ທີ່ຕັ້ງຢູ່ ທາງພາກໃຕ້ສຸດ ຂອງ ລາວ ເບື້ອງ ຕາເວັນອອກສຽງໃຕ້. ປະຈຸບັນ ເປັນ ເຂດສາມຫລ່ຽມພັດທະນາ ເສດຖະກິດ ລະຫວ່າງລາວ-ຫວຽດນາມ-ກຳປູເຈຍ ຈະກາຍເປັນ ເຂດພັດທະນາ ສົ່ງເສີມ ການຄ້າ ແລະ ການທ່ອງທ່ຽວ ໃນອະນຸພາກພື້ນ ທີ່ຕິດພັນ ກັບ ທຳມະຊາດ ແລະ ວັດທະນະທຳ ສະຖານທີ່ທ່ອງທ່ຽວ ບ່ອນຫນຶ່ງ ທີ່ ສວຍງາມ ໂດຍສະເພາະ ກໍ່ແມ່ນຫນອງຟ້າ ແລະ ໜອງໄກ່ໂອກ ທີ່ຫນ້າງຶດງໍ້ ແລະ ມຫັສຈັນ.
ປະຫວັດຄວາມເປັນມາຂອງ ແຂວງ ອັຕາປື
ສມັຍ ສຫຊີບ ປຖົມບູຮານ
ແຂວງ ອັຕາປື ເອີ້ນວ່າ ລາວເມືອງລຸ່ມ ຜູ້ປົກຄອງ ກໍ່ເອີ້ນວ່າ ພະຍາເມືອງລຸ່ມ. ໂລກນີ້ ເອີ້ນວ່າ ເມືອງລຸ່ມ, ຜູ້ປົກຄອງ ເອີ້ນວ່າ ພຍາ ເມືອງລຸ່ມ, ຄົນເມືອງລຸ່ມ ໄປມາຫາສູ່ ກັບ ເມືອງ ແຖນ ຢ່າງ ປກຕິ , ເມື່ອ ມີ ເລື່ອງໄດ໋ ກໍ່ ຂື້ນໄປຫາ ຂໍ ຄວາມຊ່ວຍເຫຼືອ ຈາກ ພຍາ ແຖນຫຼວງ ຈົນວ່າ ພຍາແຖນ ລຳຄານ,ຈື່ງ ຄິດຈະຂ້າ ຄົນເມືອງລຸ່ມ ໃຫ້ ຕາຍໝົດ ໂດຍ ຈະໃຫ້ຝົນຕົກລົງມາ ເກີດເປັນ ນໍ້າຖ້ວມໂລກ .
ໄລຍະ ນັ້ນ ລູກຊາຍຫຼ້າ ຂອງ ພຍາ ແຖນຫຼວງ ໄດ້ໝັ່ນລົງມາ ເມືອງລຸ່ມ ເລື່ອຍ ໆ ຍ້ອນ ມີຄວາມມັກຮັກ ກັບ ນາງ ຄຳສົງກາ ຜູ້ເປັນ ລູກສາວ ຂອງ ພຍາ ເມືອງລຸ່ມ, ຊື່ງ ແຖນຫຼ້າ ນີ້ ຈື່ງ ຄິດ ອີ່ດູສົງສານ ນາງ ຄໍາສົງກາ ແລະ ຊາວເມືອງລຸ່ມ, ຈື່ງ ໄດ້ ບອກໃຫ້ ພຍາ ເມືອງລຸ່ມ ພາຊາວເມືອງ ເຮັດ ເຮືອສະເພົາໃຫຍ່ ສູງ ໝື່ນ ວາ, ຍາວ ຫ້າໝື່ນ ວາ, ກ້ວາງ ໝື່ນ ສອງພັນ ວາ, ແລ້ວ ຂົນເອົາ ຝູງຄົນ ສັຕ ແລະ ສີ່ງຂອງ ທີ່ ຈຳເປັນ ຂຶ້ນຢູ່ ເຮືອສເພົາ ນັ້ນ, ແລ້ວ ຕໍ່ມາ ຝົນ ເລີຍຕົກລີນ ຈົນວ່າ ນໍ້າ ຖ້ວມ ໂລກ, ເຮືອສເພົາ ພູຂື້ນ ຕາມນໍ້າ , ຈົນຮອດ ເມືອງແຖນ, ຊາວແຖນ ເຫັນ ຄົນເມືອງລຸ່ມ ຂີ່ ເຮືອສເພົາ ຂື້ນມາ ຈື່ງ ໄປບອກ ພຍາ ແຖນຫຼວງ ໃຫ້ຮູ້ເລື່ອງ, ແລ້ວ ແຖນຫຼ້າ ຈື່ງ ຂໍ ອພັຍໂທດ ຈາກ ອົງ ພໍ່ , ແລ້ວ ພຍາ ແຖນຫຼວງ ຈື່ງ ມີບັນຊາ ໃຫ້ ແຖນ ທັງມວນ ເບີ່ງລືກ ຫາຍາມທີ່ຄໍ້າຄູນ ກຽມ ງານສູ່ຂໍໝັ້ນໝາຍ ແລະ ງານດອງ ໃຫ້ ແຖນຫຼ້າ ເປັນ ຄູ່ຜົວເມັຍ ກັບ ນາງ ຄຳສົງກາ, ໃນນັ້ນ ພິເສດ ແມ່ນ ໄດ້ນຳເອົາ ນາງ ຄຳສົງກາ ໄປ ຫຼໍ່ ໃຫ້ເປັນ ສາວ ສຸດແສນສວຍງາມ, ສະນັ້ນ ຈື່ງ ເອີ້ນວ່າ ນາງ ຄຳສົງກາ ແຖນຫຼໍ່, ແລ້ວກໍ່ ຈັດພິທີ ແຕ່ງງານ ຫົດສົງ ນັ່ງເທິງ ກອງເງິນ ກອງຄໍາ ກອງແກ້ວມນີ ອພິເສກ ເປັນ ຄູ່ຜົວເມັຍ,ໂດຍມີ ແຖນເຖົ້າ ຜູ້ເກີດພ້ອມ ປຖົມກັປ ເຂົ້າມາ ຜຸກແຂນ ອວຍພອນ. ສະນັ້ນ ພິທີ ສູ່ຂໍໝັ້ນໝາຍ ແລະ ແຕ່ງດອງ ຈຶ້ງເປັນ ປເພນີ ສືບມາ.
ເມື່ອ ແຕ່ງດອງແລ້ວ ຕໍ່ມາ ກໍ່ ໃຫ້ ໂອວາດ ສັ່ງສອນ ທຸກແນວ, ແລ້ວ ກຽມສົ່ງ ເຮືອສເພົາ ກັບມາ ເມືອງລຸ່ມຄືນ ໂດຍໃຫ້ ບັນດາແຖນ ແຕ່ລະອົງ ເຮັດໜ້າທີ່ ຂອງຕົນ ເພື່ອ ໃຫ້ ນໍ້າບົກລົງ ເຊັ່ນ ແຖນລົມ ໃຫ້ ລົມ ພັດແຮງ ແຖນແດດ ໃຫ້ ແດດກ້າ ແຮງ ໃຫ້ ນໍ້າ ບົກ ໄວ ໆ, ແລະ ເຮືອສະເພົາ ກໍ່ຕໍ່າລົງມາ ຕາມ ນໍ້າ ຈົນເຖີງ ເມືອງລຸ່ມເຮົານີ້, ເຮືອສເພົາ ໄດ້ມາຈອດລົງ ບ່ອນເກົ່າ , ເຮືອສເພົາ ຈົມລົງຂີ້ຕົມ ເຄີ່ງໜື່ງ , ແຕ່ວ່າ ຄົນ ໃນເຮືອ ບໍ່ມີໄຜຈື່ໄດ້ ແລະ ຫຼົງລືມໄປ ໝົດຄູ່ຢ່າງ, ສະນັ້ນ ຈື່ງ ເອີ້ນວ່າ ລາວຫຼົງ, ເມື່ອ ແຜ່ນດິນ ແຫ້ງດີແລ້ວ, ກໍ່ປ່ອຍສັດລົງມາ ແລະ ເຄື່ອງປູກ ລົງມາ ສ້າງຢູ່ທຳກິນ . ຫຼາຍປີມາ ເຮືອສເພົາ ຈື່ງຄ່ອຍກາຍເປັນພູ ເອີ້ນວ່າ ພູສເພົາ ຕໍ່ມາ ສຽງເອີ້ນ ປ່ຽນເປັນ ພູສະພອງ ດັ່ງຄູ່ມື້ນີ້ ຊື່ງ ຕັ້ງຢູ່ ກາງແຂວງ ອັຕາປື.
ເມື່ອ ພຍາ ຜູ້ເປັນ ພໍ່ ຕາຍແລ້ວ , ຈື່ງອະພິເສກ ທ້າວແຖນຫຼ້າ ເປັນ ພຍາ ເອີ້ນວ່າ ພຍາ ລາວຫຼົງ ແລະ ເອີ້ນຊື່ ເມືອງວ່າ ນຄອນ ລາວຫຼົງ.
ນີ້ ເປັນນິທານ ປູ່ແຖນຫຼ້າ ຍ່າຄຳສົງກາ ແມນຫຼໍ່ ສືບມາ ຂອງ ອັຕາປື.
ອັຕຕາປີ ມີຂອບເຂດ: -ດ້ານໄຕ້ ພຽງ ປາກ ນໍ້າເຊກອງ ຕົກ, -ດ້ານຕາເວັນອອກ ພຽງ ໄມ້ລົ້ມແບ່ງ ສາຍພູແດນແກວ ແຕ່ຕໍ່ມາ ພວກແກວ ລັກຫຍັບເຂົ້າມາຮອດ ໜອງໄກ່ໂອກ ຍອດນໍ້າອາງ ແລະ ຕໍ່ມາ ຫຍັບມາອີກ ຕັ້ງເສົາຫີນ ໄວ້ ໜອງຟ້າ, -ທິດເໜືອ ພຽງ ເມືອງ ພຍາ ຕຸ້ມວາງ (ຕຸ້ມພວັງ) ຕະໂປນ ໂພນສິມ ຄື ແຕ່ ນໍ້າຂອງ ຮອດ ໄມ້ລົ້ມແບ່ງ ສາຍພູ ແດນແກວ, -ທິດຕາວັນຕົກ ແມ່ນ ນໍ້າຂອງ ເປັນແດນ.
ແຕ່ ສມັຍກາງ ເຖີງ ປຈຸບັນ ""
ປີ ບໍ່ທັນສາມາດ ຢັ້ງຢືນ ທີ່ແນ່ນອນ ເທື່ອ.
"" ແຕ່ ໂດຍລວມ ແລ້ວ ເມື່ອ ມາຮອດ ພສ 1143 ເຖີງ 1300 ຂອມ ເຮືອງອຳນາດ ກວມເອົາ ອານາຈັກ ທວາຣາວະດີ ອານາຈັກ ສີໂຄຕະບູນ ເປັນເມືອງຂື້ນ ຂອງ ຂອມ, ນະຄອນ ລາວຫຼົງ ກໍ່ເໝືອນກັນ, ສ່ວນ ອານາຈັກ ໂຍນົກ ອານາຈັກ ຈຸລະມະນີ ນັ້ນ ແມ່ນ ຂື້ນ ພຽງ ບາງສ່ວນ,
ສນັ້ນ ໃນ ພສ 1297 ຂຸນລໍ ລູກຊາຍກົກ ຂອງ ຂຸນບູລົມ ກສັດອ້າຍລາວ ທາງພາກເໜືອ ຈື່ງໄດ້ ແຕ່ງ ຂຸນ ລົກກົມ ລົງມາ ປົດປ່ອຍເອົາ ສີໂຄຕບູນ ຄືນມາໄດ້ , ແລ້ວ ຈຳປາສັກ ແລະ ນຄອນ ລາວຫຼົງ ຈື່ງ ແຂງເມືອງ ຄືນມາໄດ້.
ຖືວ່າ ນຄອນ ລາວຫຼົງ ເປັນ ເມືອງຂື້ນ ຂອງ ຂອມ 139 ປີ ຄື ແຕ່ ພສ 1143 ເຖີງ 1282 . ແລ້ວ ປົກຄອງກັນ ມາຮອດ 5 ເຊັ່ນ ພຍາ ໄດ້ ປມານ 25 ປີ ອານາຈັກຕ່າງ ໆ ກໍ່ປົດປ່ອຍໄດ້.
ແຕ່ວ່າ ໃນຊ່ວງ ພສ 1225 ເຊື້ອ ກສັດ ລາວຫຼົງ ຍັງສືບຕໍ່ປົກຄອງມາ ຈົນຮອດ ສມັຍ ພຍາ ລາວຫຼົງ ມີ ລູກສາວ ຊື່ວ່າ ນາງ ສີພະເກສ ຜູ້ແສນງາມ, ໂດຍ ປະກາດວ່າ ເຊື້ອພຍາລາວ ຜູ້ໄດ໋ ສ້າງຜາສາດຫີນ ໃຫ້ ນາງ ສີພະເກດ ຢູ່ໄດ້ ແມ່ນ ຈະໄດ້ແຕ່ງ ໃຫ້ເປັນ ມະເຫສີ ຂອງຜູ້ນັ້ນ.
ພຍາ ກົມະທາ ຜູ້ປົກຄອງ ເມືອງ ຈຳປາສັກ ທີ່ມີສາຍເລືອດ ພໍ່ເປັນລາວ ແມ່ ເປັນ ຈາມ ປສົມ ຂອມ, ຈື່ງໄດ້ ຂໍອາຣາທນາ ອັນເຊີນ ຂໍໃຫ້ ທ່ານ ວິສນຸ ເທວບຸຕ ມາສ້າງ ຜາສາດ ໃຫ້ ນາງ ສີພເກສ ທີ່ກາງເມືອງ ປາກນໍ້າເຊຊຸຕົກ, ແລ້ວ ມາແຕ່ງເອົາ ນາງ ສີພເກສ ເປັນ ມເຫສີ ຜູ້ທີສາມ ເປັນ ຝ່າຍຊ້າຍ ໄດ້ ລູກຊາຍ ຊື່ວ່າ ທ້າວ ຄຳຄັດ, ເມື່ອ ທ້າວ ຄໍາຄັດ ອາຍຸ ໄດ້ 3 ປີ ຄື ພສ 1229 ພຍາ ລາວຫຼົງ ຜູ້ເປັນ ພໍ່ເຖົ້າ ກໍ່ຕາຍ, ແລ້ວ ທ້າວຄຳຄັດ ກໍໄດ້ ສເວີຍ ເມືອງ ສີບແທນຕໍ່ມາ ຕາມບັນຊາຂອງ ພຍາ ກົມທາ, ແລະ ໄດ້ປ່ຽນ ຊື່ເມືອງມາເປັນ ເມືອງ ຣາມະລັກ ອົງການ ແລະ ໂຮມເອົາ ຈຳປາສັກ ກັບ ຣາມລັກອົງການ ເປັນ ເມືອງດຽວກັນ ໂດຍຂື້ນກັບ ອານາຈັກ ຄຳມ່ວນ ສີໂຄຕບູນ ຟູນັນ, ຊື່ງມີ ຂຸນ ລົກກົມ ລູກຊາຍ ຜູ້ທີ 6 ຂອງ ຂຸນ ບໍລົມ ຣາຊາທິຣາຊ ເປັນ ຜູ້ປົກຄອງ. ພຍາ ຄຳຄັດ ອາຍຸ 53 ປີ ກໍຕາຍ ໃນ ພສ 1279.
ພສ 1844 ຣາມລັກ ອົງການ ເປັນ ເມືອງຮ້າງ ຍ້ອນ ພັຍພຍຸພິບັດ ( ມີ ສເພາະ ປວັຕ ການເກີດມີ ໜອງລົມ ດິນຫຼົ່ມເອົາຂ້າ ) ຊາຕຂອມ ຈື່ງ ເຂົ້າ ຢຶດຄອງ ເອົາ ຈົນຮອດ ພສ 1892 ແລ້ວ ພຍາ ນຄອນຫຼວງ ຂອມ ຈື່ງມອບ ໃຫ້ ເຈົ້າຟ້າງຸ່ມ.
ພາຍຫຼັງ ທີ່ ໄປຄອງ ນຄອນ ຊຽງໃໝ່ ເມື່ອ ອາຍຸ ໄດ້ 9 ປີ ຈົນເຖີງ 12 ປີ ແລ້ວ ເຈົ້້າ ຊັຍເສຖາທິລາຊ ກໍກັບມາ ຫຼວງພະບາງ ຍ້ອນ ພໍ່ ຂອງເພີ່ນ ເຖີງແກ່ກັມ ເພື່ອ ສືບຕໍ່ ຄອງ ຫຼວງພະບາງ ຈົນຮອດ ອາຍຸ 16ປີ ຈື່ງ ຍ້າຍເມືອງຫຼວງລົງມາ ທີ່ ວຽງຈັນ ແລະ ສ້າງສາ ບູລະນະ ພະທາຕຫຼວງ ດັ່ງຮູບ ປຈຸບັນ ຕາມ ກະແສ ພະໂພທິຍານຈິຕ ນິມິດ, ພ້ອມທັງສ້າງ ພະອົງຕື້ ພະສຸຂ ພະໃສ ພະເສີມ. ແຕ່ ພໍຮອດ ປມານ ພສ 2115 ເຈົ້າ ຊັຍເສຖາທິຣາຊ ໂພທິສັຕ ເຫັນວ່າ ຕົນມີກັມ ທີ່ຈະມາເຖີງ ຈື່ງຕ້ອງ ໄດ້ລົງໄປໄຊ້ກັມ ຊົ່ວຄາວ ຄື ທ້າວພຍານະຄອນ ຫຼອກລົງມາຂ້າຖີ້ມ ແຕ່ ຂ້າພະອົງບໍ່ຕາຍ. ແລ້ວ ທ່ານ ກໍ່ສືບຕໍ່ເຂົ້າໄປ ຢູ່ນໍາ ພວກຂ້າລະແວ ຖືວ່າ ເປັນຂ້ອຍໃຫ້ຂ້າໄຊ້ ຄື ລ້ຽງລູກໃຫ້ຂ້າ ຈົນເປັນ ໝາກອຶ ໝາກຝັກ ຈົນຂ້າຢ້ານ, ບອກຂ້າ ສານກວຍຕາຮາງໃຫ້ ແລ້ວ ໃຫ້ຂ້າ ເອົາໄປແຊ່ນໍ້າ ຢູ່ນໍ້າເຊ ມື້ລຸນມາ ຂ້າໄປຢາມ ໄດ້ປາມາຫຼາຍ ກິນທໍ່ໄດ ກະບໍ່ເໝິດ , ແຂ່ງ ຍິງທະນູ ໃສ່ຝາຫີນ ກັບຂ້າ ຂ້າຍິງບໍ່ເຂົ້າ ແຕ່ ທ່ານຍິງຖືກເປົ້າເຂົ້າເລິກ ຂ້າຢ້ານແຮງ, ແລ້ວຈື່ງບອກ ໃຫ້ຂ້າ ເອົາ ຕົວທ່ານນີ້ໄປຂາຍ ເປັນ ຄຳ ຫ້າຮ້ອຍບາດ ເງິນ ຫ້າຮ້ອຍບາດ ຂ້ອຍຍິງ 5ຄົນ ຂ້ອຍຊາຍ 5ຄົນ ໃຫ້ ເຈົ້້າເມືອງ, ແລ້ວ ເຈົ້າເມືອງຊື້ເອົາ ແລ້ວເປັນສ່ຽວກັບເຈົ້າເມືອງ . ຢູ່ນຳ ພຍາ ໂສມາຣິທິ ເຈົ້າເມືອງ ແລ້ວ ພ້ອມກັນ ໄລ່ຕີກອງທັບ ຂອງ ພຍາ ຊຽງໄຕ້ ພຍາ ຊຽງເໜືອ ແລະ ພຍາ ນຄອນ ຄຸງຮອດ ວຽງຈັນ, ຢູ່ ວຽງຈັນ 5 ເດືອນ ພມ້າ ກໍ່ມາອ້ອມ ວຽງຈັນ ແລ້ວ ເຈົ້າ ຊັຍເສຖາທິຣາຊ ກັບ ພຍາ ໂສມາຣິທທິ ຈື່ງ ພ້ອມກັນ ເຊີນ ພມ້າ ມາຮ່ວມເຮັດບຸນ ຫຼໍ່ ພອົງຕື້ ແຕ່ ທ້າວ ພຍາ ບູເລັງນອງ ຜູ້ຊະນະ 10 ທິສ ບໍ່ກ້າ ຢ້ານມືເປື່ອຍ. ແລ້ວ ກາງຄືນ ທ່ານ ຈື່ງເຂົ້າໄປ ແຕ້ມຄໍ ພວກພມ້າ ດ້ວຍປູນຂາວ ຖືວ່າ ຂ້າ ດ້ວຍ ຈິຕສໍານຶກ ຂ້າກິເລດຕັນຫາ ອອກຈາກໃຈ, ແລ້ວ ເຊົ້າຮຸ່ງມາ ພມ້າ ທ້ວງກັນ ວ່າເປັນຫຍັງມີປູນແຕ້ມຄໍ ແຕ່ລະຄົນ, ແລ້ວ ພມ້າ ຢ້ານ ຈື່ງ ນໍາມາ ຂໍຜູກມິຕໄມຕີ ແລ້ວ ແກະສະຫຼັກຫີນ ຮູບເມັຍ ຂອງ ທັງສອງທ່ານໄວ້ ເປັນ ສັນຍາລັກ ໄມຕີຈິຕ ທີ່ວັດ ອິນແປງ ເຖິງປະຈຸບັນ.
ແລ້ວ ຕໍ່ມາກໍ່ລົງມາ ສ້າງ ເມືອງ ຣາມະລັກອົງການ ພ້ອມກັນ ຕັ້ງເມືອງໃໝ່ ຢູ່ທີ່ ບ້ານ ຫາດຂີ້ຄວາຍ ສາຍນໍ້າ ເຊກະໝານ ຝັ່ງຊ້າຍ, ໂດຍຕັ້ງຊື່ ອັນເປັນມຸງຄຸນ ໃຫ້ວ່າ "ເມືອງ ອັຕາປື "
ແປວ່າ ເມືອງ ອຸດົມສົມບູນ ຄື ເມືອງ ອັຕາເຕັມ ຄວາມໝາຍແມ່ນ ດິນແດນ ທີ່ ອຸດົມສົມບູນ ໃນຕົວມັນເອງ ຢ່າງເຕັມປ່ຽມ, ອັຕາ ແມ່ນ ຄວາມຕ້ອງການທີ່ພໍດີ, ປື ແມ່ນ ເຕັມ.
ເມື່ອ ສ້າງເມືອງແລ້ວ ເຈົ້າ ຊັຍເສຖາທິຣາຊ ຈື່ງໄດ້ສັ່ງສອນ ຊາວ ອັຕຕາປື ວ່າ:
'ເຈົ້າ ທ້າວ ພຍາ ໃຫ້ ປົກຄອງ ຕາມ ຄອງ ທັມມິກກະຣາຊ ເນີ , ໃຫ້ ຮັກ ປະຊາຊົນ ຄື ລູກຄີງ ເນີ, ປະຊາຊົນ ກໍ່ໃຫ້ ຮັກແພງ ທ້າວພຍາ ຄື ພໍ່ ເນີ, ໃຫ້ ຝູງເຈົ້າ ຮັກແພງ ປະເທສຊາຕ ລ້ານຊ້າງວຽງຈັນ ອັນເປັນ ເຊື້ອຊາຕລາວແທ້ ໆ ຂອງຕົນ ໃຫ້ດີ ແທ້ເນີ, ຢ່າໄປ ຫຼົງເຫັນດີ ນຳ ຄົນຕ່າງດ້າວ ທ້າວຕ່າງແຊງ, ນົກ ຮ້ອງ ຢ່າວ່າດີ ທນີ ຮ້ອງ ຢ່າວ່າມ່ວນ ຈົນລືມໂຕ ດາຍ, ຢ່າເຫັນໝູ່ໜ້າ ດີກວ່າ ໝູ່ຫຼັງ, ຢ່າຫວັງກິນນໍ້າ ບໍ່ໜ້າ, ຢ່າເຫັນຊູ້ ດີກວ່າເມັຍ, ມັນ ຊິ ເສຍຊາຕ ຂາດທຶນ, ໃຫ້ຖື ຊາຕລາວ ເຮົານີ້ ສຳຄັນ ດັ່ງຊີວິດ ເນີ, ໃຫ້ສູເຈົ້າພ້ອມກັນ ຮັກສາ ຊາຕເຊື້້ອ ເຂຕນໍ້າ ແດນດິນ ໃວ້ໃຫ້ດີ ອີຫຼີ ເນີ. ...ອັນສຳຄັນນີ້ ຄັນວ່າ ຍາມເມື່ອ ອັຕາປື ປື້ງ ຊິ ຂາຍຄຳ ແລກຂີ້ໄກ່ ໄດ໋ເນີ , ສາລະວັນ ຂີ້ໄຮ້ ຊິ ຂາຍຊ້າງ ແລກ ກະບອງ ໄດ໋ເນີ ... ໃຫ້ ພວກສູເຈົ້າ ລະວັງແທ້ ໃຫ້ດີ ແນ່ເນີ ຊັບໃນດິນ ສິນໃນນໍ້າ ເຮົານີ້ ພວກໝູ່ຊາວຕ່າງຊາຕ ຊິມາລໍ້ຫຼວກເອົາ ຍ້ອນຟູງເຈົ້າ ປັນຍາປູ້ ບໍ່ທັນເຂົາ ພໍ່ຄ້າໃຫຍ່ ລູກເອີຍ ພໍ່ນີ້ຮູ້ແຈ່ມແຈ້ງ ພາຍໜ້າ ຈື່ງຈາເວົ້າບອກເຕືອນ ລູກພໍ່ເອີຍ.'
.
ຊື່ງ ເປັນ ສັນຍາລັກ ກ່ອນອຳລາ ແລ້ວ ມື້ລຸນມາ ທ່ານ ກໍ່ ອອກຈາກເມືອງ ຫາຍຕົວໄປ ເຂົ້າປ່າ ຈາກໄປ ເພື່ອ ບໍາເພັນ ປາຣະມີ ໂພທິສັຕ ຕໍ່ໄປ.
ເຈົ້າ ຊັຍເສຖາ ນີ້ ທ່ານ ເປັນ ພະໂພທິສັຕ ຜູ້ມີ ອິທິຣິດມາກ
ມີ ຄວາມຮູ້ ດ້ວຍ ທິພຈັຂຸ ຍານ ແຈ່ມໃສ່. ທ່ານ ປາຖນາ ພຸທພູມ. ທ່ານ ຕິດພັນ ແລະ ຮັກ ຊາວອັຕາປື ມາກ ເປັນ ກໍລະນີພິເສດ.
ຄຸນສົມບັຕພິເສດ ຂອງ ເຈົ້າ ຊັຍເສຖາທິຣາຊ ທີ່ ຊາວ ອັຕາປື ຮູ້ຈັກດີ
1. ໃຫ້ ພວກຂເມນ ຄື ທ້າວ ພຍາ ນຄອນ ຂ້າ ບໍ່ຕາຍ.
2. ໃຫ້ພວກຂ້າ ຕີລາຄາ ຂາຍ ພະອົງ ເປັນຄຳ 500 ບາດ ກັບ ຂ້າທາດ ຊາຍ 5 ຄົນ ຍິງ 5 ຄົນ.
3. ໃຫ້ ພວກຂ້າ ສານ ກວຍຕາຮ່າງ ເຮັດໄຊ ໄປໃສ່ປາ ແລ້ວ ມາ ປີ້ງ ໃຫ້ ພວກຂ້າ ກິນແກ້ມເຫຼົ້າ ກິນເທົ່າໄດ ກໍ່ບໍ່ໝົດ.
4. ເອົາ ກວຍຕາຮ່າງ ໂຕ່ງນໍ້າລິນ ໃສ່ ເຫຼົ້າໃຫ ໃຫ້ ພວກຂ້າກິນ ກິນບໍ່ເໝິດ ຈັກເທື່ອ ເປັນ ອັສຈັນ.
5. ເຝົ້າ ລູກ ໃຫ້ ພວກຂ້າ, ລູກຂ້າ ກາຍເປັນ ໝາກອຶ ໝາກຟັກ ຈົນ ຂ້າ ງຶດງໍ້.
6. ແຂ່ງ ຍິງ ທະນູ ໃສ່ ໜ້າຝາຫີນ ລູກທະນູ ສຽບເຂົ້າ ໜ້າຝາຫີນ ຈົນຂ້າຢ້ານ.
7. ນຳພາ ປະຊາຊົນ ໝາຍແດນເມືອງ ດ້ວຍ ເສົາຫີນ ຢູ່ ເຂດ ໄມ້ລົ້ມແບ່ງ ສາຍພູແດນແກວ.
8. ນຳພາ ປະຊາຊົນ ຕັ້ງເມືອງ ຊື່ວ່າ ອັຕາປື.
9. ສ້າງວ້ຕ ແຂ່ງກັນ ໃຫ້ແລ້ວມື້ດຽວ, ພະອົງ ຜູ້ດຽວ ສ້າງວັຕທາຕ, ຝູງທ້າວພຍາ ກັບ ຊາວເມືອງ ສ້າງວັດຫຼວງ ແລ້ວມື້ດຽວ.
10. ສັ່ງລາ ອອກບວດ ບໍາເພັນ ປາຣມີ ໂພທິຍານ ແລ້ວ ຫາຍຕົວໄປ ເປັນ ອັສຈັນ.
ມີ ບາງຄົນ ສົງໃສ ວ່າ ທ່ານ ຖືກ ພວກກະບົດ ທີ່ ອັຕປື ຂ້າຖີ້ມ ໂດຍ ມີທາຕ ຂອງເພີ່ນ ຢູ່ວັດທາຕ
ນັ້ນເປັນ ເລື່ອງ ທີ່ ປຸຖຸຊົນ ຄົນທຳມະດາ ຄິດ ເປັນສ່ວນມາກ
ຄວາມຈິງແລ້ວ ປາຣມີ ຂອງທ່ານ ສົມບູນ 30 ທັສ ແລ້ວ ຄື ເປັນ ສມາຕິງສະ ປະຣະມັຖ ປາຣມີ ດັ່ງທ່ານ ສ້າງລູກທາດ ໄວ້ ຕີນທາຕຫຼວງ 30ລູກທາຕ ນັ້ນເອງ ແລະ ແມ່ທັບ ພມ້າ ທ່ານ ບູເລັງນອງ ກໍຍັງ ສະທ້ານສະເທື່ອນ ທ່ານຢູ່ແລ້ວ. ...
ນັບຕັ້ງແຕ່ ອດີດ ຈົນເຖິງ ປຈຸບັນ ອັຕາປື ຍັງຄົງຄວາມເປັນ ເອກລັກ ໄວ້ໄດ້ເປັນຢ່າງດີ ນັ້ນ ກໍຄື ວິຖີ ການດຳລົງຊີວິດ ແລະ ຮີດຄອງ ວັດທະນະທຳ ອັນເກົ່າແກ່ ທີ່ມີມາ ແຕ່ ບູຮານກາລ, ຫຼາຍຄົນ ອາຈສົງໃສວ່າ ທີ່ ອັຕາປື ຈະມີ ເມືອງ ໆ ໜຶ່ງ ທີ່ມີ ຊື່ວ່າ ຊັຍເສຖາ ເຊິ່ງຈະຄ້າຍໆ ກັບ ຊື່ເມືອງ ທີ່ ຢູ່ນະຄອນຫຼວງວຽງຈັນ ແລະ ຄ້າຍຄືກັບ ຊື່ ຂອງ ອດີດ ພເຈົ້າແຜ່ນດິນລ້ານຊ້າງ ສມັຍກ່ອນ ນັ້ນກໍຄື ພະເຈົ້າຊັຍເສຖາ ນັ້ນເອງ, ແນ່ນອນຊື່ໆ ນີ້ມີຄວາມກ່ຽວຂ້ອງກັນ, ເພາະວ່າ ເມື່ອ ສມັຍລາຊການ ຂອງພະເຈົ້າໄຊຍະເສດຖາທິລາດ ພະອົງໄດ້ເດີນ ທາງລົງໄປກວດລາຊະການແຜ່ນດິນ ທີ່ ພາກໃຕ້ລາວ ທີ່ ອັດຕະປື ໃນປັດຈຸບັນນີ້ ແລະ ພະອົງໄດ້ ຫາຍຕົວ ແລ້ວຊິ້ນພະຊົນ ຢູ່ທີ່ນັ້ນ ເພື່ອເປັນການຈາລຶກບຸນຄຸນ ແລະ ຄຸນງາມຄວາມດີ ຂອງ ພະອົງ ເອົາໄວ້ ຈິ່ງ ໄດ້ຕັ້ງ ຊື່ເມືອງ ຂຶ້ນມາ ທີ່ຊື່ວ່າ ເມືອງໄຊເສດຖາ ແລະ ເຄີຍເປັນສູນກາງການປົກຄອງຂອງແຂວງ ກ່ອນທີ່ຈະປ່ຽນມາຕັ້ງໃໝ່ ທີ່ ເມືອງສາມັກຄີໄຊ ໃນດຽວນີ້.
ລັຄນ ພູມສັນຖານ
ອັຕາປື ດິນແດນທີ່ຕັ້ງ ທາງທິດຕາເວັນອອກສຽງໃຕ້ ຂອງ ລາວ ແລະ ເປັນດິນແດນ ທີ່ ອຸດົມສົມບູນ ໄປດ້ວຍ ຊັບພະຍາກອນ ທຳມະຊາດ ອັນຫຼາກຫຼາຍ ແລະ ຂຶ້ນຊື່ ລືນາມ ທາງດ້ານມູນເຊື້ອ ປວັດສາດ ວັທນທັມ ອັນເກົ່າແກ່ ທີ່ ແອບແຝງ ຄວາມໜ້າສົນໃຈ ເອົາໄວ້ ເປັນໜ້າ ຄົ້ນຫາ ເປັນຢ່າງຍິ່ງ
ພູມີປະເທດ ສ່ວນໃຫຍ່ ຂອງ ແຂວງອັຕາປື ແມ່ນ ປກອບ ໄປດ້ວຍ ປ່າໄມ້ ແລະ ຂຸນເຂົາ ທີ່ມີ ຄວາມອຸດົມສົມບູນ ທີ່ສຸດ ອີກແຫ່ງໜຶ່ງ ຂອງ ລາວໂດຍ ມີ ແມ່ນ້ຳເຊກອງ ແລະ ສາຍເຊຂະໝານ ໄຫຼຜ່ານ ໃຫ້ຄວາມຊຸ່ມເຢັນ ແລະ ຫຼໍ່ລ້ຽງຊີວິດ ຂອງ ພີ່ນ້ອງ ຊາວອັຕາປື ມາຕັ້ງແຕ່ບູຮານກາລ ແລະ ໄດ້ກາຍເປັນ ເອກລັກໜຶ່ງ ທີ່ສຳຄັນ ຂອງ ແຂວງອັຕາປື ໂດຍສເພາະ ນັກທ່ອງທ່ຽວ ທີ່ຢາກສຳຜັດກັບທັມຊາດ ແລະ ການຜຈົນໄພ ມີນັກທ່ອງທ່ຽວຫຼາຍໆຄົນ ໃຫ້ ສາຍຍາ ດິນແດນແຫ່ງນີ້ ວ່າ “ເມືອງສວນ” ເນື່ອງຈາກ ມີ ທັມຊາຕ ທີ່ ອຸດົມສົມບູນ, ອາກາດບໍລິສຸດ ແລະ ບັນຍາກາດທີ່ ງຽບສງົບ.
ທີ່ຕັ້ງ
ທິດເໜືອຕິດກັບ ແຂວງເຊກອງ
ທິດໃຕ້ຕິດກັບ ແຂວງຊຽງແຕງ ແລະ ແຂວງຣັຕນຄີຣີ ຂອງ ຣາຊອານາຈັກກຳປູເຈຍ
ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
ທິດຕາເວັນຕົກຕິດກັບ ແຂວງຈຳປາສັກ
ບັນດາເມືອງ
ແຂວງອັຕາປຶ ປະກອບດ້ວຍ 5 ເມືອງ ໄດ້ແກ່ :
17-01 ໄຊເຊດຖາ (Xaysetha)
17-02 ສາມັກຄີໄຊ (Samakkhixay)
17-03 ສະໜາມໄຊ (Sanamxay)
17-04 ຊານໄຊ (Sanxay)
17-05 ພູວົງ (Phouvong)
ແຫຼ່ງທ່ອງທ່ຽວ
ແຂວງອຸດົມໄຊ
ປະຫວັດແຂວງອຸດົມໄຊ[ແກ້ໄຂ]
ແຂວງນີ້ໄດ້ແຍກອອກມາຈາກແຂວງຫຼວງພະບາງເມື່ອປີ ຄ.ສ. 1963 ໃນເມື່ອກ່ອນທີ່ຕັ້ງແຂວງນີ້ມີຊື່ວ່າແຂວງລ້ານຊ້າງ ຄ.ສ. 1965 ຈຶ່ງປ່ຽນຊື່ມາເປັນແຂວງເມືອງໄຊ ຄ.ສ. 1967 ຈຶ່ງປ່ຽນຊື່ເປັນແຂວງອຸດົມໄຊມາຈົນເຖິງປັດຈຸບັນນີ້. ຕໍ່ມາໃນປີ ຄ.ສ. 1991 ຈຶງໄດ້ໂອນເມືອງປາກທາ ແລະ ເມືອງຜາອຸດົມ ໃຫ້ໄປຂຶ້ນກັບການປົກຄອງຂອງແຂວງບໍ່ແກ້ວ.
ທີ່ຕັ້ງ[ແກ້ໄຂ]
- ທິດເໜືອຕິດກັບ ແຂວງຜົ້ງສາລີ ແລະ ສ.ປ ຈີນ
- ທິດໃຕ້ຕິດກັບ ແຂວງໄຊຍະບູລີ
- ທິດຕາເວັນອອກຕິດກັບ ແຂວງຫລວງພະບາງ
- ທິດຕາເວັນຕົກຕິດກັບ ແຂວງບໍ່ແກ້ວ ແລະ ແຂວງຫລວງນ້ຳທາ
ລັກສະນະພູມສັນຖານ[ແກ້ໄຂ]
ເມື່ອມາເຖິງຕົວເມືອງຈະເຫັນອະນຸສາວະລີຂອງປະທານໄກສອນ ພົມວິຫານ ບ່ອນນີ້ຈະເປັນຈຸດນັດພົບຂອງຊາວອຸດົມໄຊ ເປັນບ່ອນ ພັກຜ່ອນ, ມາທາງທິດຕາເວັນອອກສ່ຽງໃຕ້ ຈະເຫັນຍອດພະທາດສີທອງສຸກ ຕັ້ງຢູ່ເທິງເນີນພູໃຈກາງເມືອງຊື່ວ່າ: ພູພະທາດ, ເຊິ່ງເປັນສາ ສະຫນາສະຖານທີ່ສຳຄັນຂອງຊາວລາວ ແລະ ເປັນຈຸດທີ່ສາມາດຊົມວິວທິວທັດ ໄດ້ຮອບຄອບເມືອງທ່າມກາງການຖືກອ້ອມຮອບດ້ວຍພູ ສະຫລັບສັບຊ້ອນ.
ປະຊາກອນ[ແກ້ໄຂ]
ດ້ານນອກຂອງຕົວເມືອງຕາມເສັ້ນທາງຫລວງຫມາຍເລກ 13 ເໜືອ ຫຼື ເລກ 1 ເຊິ່ງເປັນເສັ້ນທາງຫຼັກທາງດ້ານການຂົນສົ່ງສິນຄ້າ, ການໄປມາຫາສູລະຫວ່າງແຂວງຕ່າງໆ ແລະ ເປັນເສັ້ນທາງຜ່ານຂອງການຂົົນສົ່ງສິນຄ້າລະຫວ່າງປະເທດ. ຕາມສອງຝາກທາງດັັ່ງກ່າວຈະມີຄວາມງົດງາມທາງດ້ານຊັບພະຍາກອນທຳມະຊາດ. ຫາງຈາກໃຈກາງຂອງຕົວເມືອງ ເມືອງໄຊ ປະມານ 11 ກິໂລແມັດ ພວກເຮົາຈະພົບກັບນ້ຳຕົກຕາດທີສວຍສົດງົດງາມ ແລະ ມີນ້ຳໄຫຼ່ຕະຫອດປີ ເຊິ່ງເປັນສະຖານທີຜັກຜ່ອນຍອນໃຈ ຂອງຊາວເມືອງໄຊ ແລະ ແຂກຕ່າງດ່າວທ້າວຕ່າງເມືອງ ທີເຂົ້າມາທ່ຽວຊົມທັດສະນິຍະພາບທາງພາກເໜືອຂອງລາວ. ໂດຍສະເພາະແມ່ນນິຍົມກັນທ່ຽວຊົມທິວທັດຂອງທຳມະຊາດ ເຊິ່ງວ່າ ນ້ຳຕົກດັ່ງກ່າວມີຊື່ວ່າ: ນ້ຳຕົກຕາດຫຼັກສິບເອັດ. ໃນນ້ຳຕົກທີ່ໄຫລ ຜ່ານໂງ່ນຫີນລົງສູ່ແມ່ນ້ຳທາລະຫວ່າງທາງຈະພົບກັບວິວທິວທັດທີ່ສວຍງາມ, ຫມູ່ບ້ານຊົນເຜົ່າເຊັ່ນ: ເຜົ່າອາຄາ, ມົ້ງ, ຢ້າວ, ຂະມຸ.
ຖ້າຂື້ນໄປຕາມພາກຕາເວັນອອກສຽງເໜືອ ຫາແຂວງຜົ້ງສາລີ ອອກສູ ປະເທດ ສ ສ ຫວຽດນາມ ຈະຜ່ານແຫຼ່ງທ້ອງທ່ຽວທີ່ສຳຄັນອີກແຫ່ງໜຶ່ງຄື: ບໍ່ນ້ຳຮ້ອນ(ຕັ້ງຢູ່ ເມືອງຫຼາ)ທີ່ຄົນທ້ອງຖິ່ນເຊື່ອກັນວ່າ ຖ້າລົງອາບນ້ຳດັ່ງກ່າວແລ້ວຈະສາມາດຮັກສາພະຍາດຕ່າງໆໄດ້. ໃນເມືອງມີວັດບູຮານທີ່ປະດິດສະຖານພະແຊກຄຳ ເຊິ່ງເປັນພະພຸດທະຮູບທີ່ສັກສິດຄູ່ບ້ານຄູ່ເມືອງ ແລະ ເປັນອັກຄະລະບູຊາ ຂອງຊາວ ແຂວງອຸດົມໄຊ.ໃນ ຍາມເສິກສົງຄາມຈະມີຊາວບ້ານເຫັນ ນ້ຳຕາໄຫລອອກມາຈາກດວງຕາຂອງພະດັ່ງກ່າວ ອຸດົມໄຊ ເຖິງຈະມີສະຖານທີ່ໃຫ້ທ່ຽວຫນ້ອຍ ແຕ່ກໍຍັງເປັນສູນກາງຂອງການເດີນທາງ ເພາະມີສະຖານີຂົນສົ່ງຂະຫນາດໃຫຍ່ນອກເມືອງ ສາມາດໄປຍັງເມືອງ ແລະ ແຂວງອື່ນໆໄດ້ສະດວກໄດ້ແກ່: ນະຄອນຫລວງວຽງຈັນ, ຫລວງພະບາງ,ຫລວງນ້ຳທາ,ຜົ້ງສາລີ,ບໍ່ແກ້ວ ຫລື ໄປຍັງບໍ່ແຕນ ເຊິ່ງເປັນຊາຍແດນໃນແຂວງຢູນນານຂອງປະເທດຈີນກໍ່ໄດ້.
ບັນດາເມືອງ[ແກ້ໄຂ]
- 04-01 ເມືອງໄຊ (Xai)
- 04-02 ເມືອງຫລາ (La)
- 04-03 ເມືອງນາໝໍ້ (Namo)
- 04-04 ເມືອງງາ (Nga)
- 04-05 ເມືອງແບ່ງ (Beng)
- 04-06 ເມືອງຮຸນ (Houn)
- 04-07 ເມືອງປາກແບ່ງ (Pakbeng)
ສະຖານທີ່ທ່ອງທ່ຽວ[ແກ້ໄຂ]
ແຂວງເຊກອງ
| ຂໍ້ມູນສະຖິຕິ | |
|---|---|
| ເມືອງເອກ: | ເມືອງລະມາມ |
| ເນື້ອທີ່: | 7,665 km² |
| ປະຊາກອນ: | 92,624 (2008 est) |
| ຄວາມໜາແໜ້ນປະຊາກອນ: | 12 ຄົນ/km² |
| ISO 3166-2: | LA-XE |
| ແຜນທີ່ | |
![]() | |
ເຊກອງ (ອັງກິດ: Xekong) ເປັນແຂວງຫນຶ່ງຂອງສປປ.ລາວ ທີ່ມີຊາຍແດນ ຕິດກັບແຂວງສາລະວັນ ທາງທິດເໜືອ, ຕິດກັບແຂວງຈຳປາສັກ ທາງທິດຕາເວັນຕົກ, ຕິດກັບແຂວງອັດຕະປື ທາງທິດໃຕ້ ແລະ ຕິດກັບສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທາງທິດຕາເວັນອອກ ເປັນແຂວງໜຶ່ງໃນປະເທດລາວ ທີ່ມີຈຳນວນປະຊາກອນອາໄສຢູ່ ເບົາບາງທີ່ສຸດ.
ປະຫວັດແຂວງເຊກອງ[ແກ້ໄຂ]
ທີ່ຕັ້ງ[ແກ້ໄຂ]
- ທິດເໜືອຕິດກັບ ແຂວງສາລະວັນ
- ທິດໃຕ້ຕິດກັບ ແຂວງອັດຕະປື
- ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
- ທິດຕາເວັນຕົກຕິດກັບ ແຂວງຈຳປາສັກ
ລັກສະນະພູມສັນຖານ[ແກ້ໄຂ]
ປະຊາກອນ[ແກ້ໄຂ]
ປະຊາກອນທັງໝົດມີ 110.512 ຄົນ (2014)
ບັນດາເມືອງ[ແກ້ໄຂ]
- ເມືອງທ່າແຕງ(15-04)
- ເມືອງລະມາມ(15-01)
- ເມືອງກະລຶມ(15-02)
- ເມືອງດັກຈຶງ(15-03)
ສະຖານທີ່ທ່ອງທ່ຽວ[ແກ້ໄຂ]
- ນ້ຳຕົກຕາດເຊກະຕາມ
- ນ້ຳຕົກຕາດໝອກຈັນ
- ຫມູ່ບ້ານເຜົ່າອາລັກ
- ຫມູ່ບ້ານເຜົ່າຍະເຫີນ
- ພູຫລວງ
- ນ້ຳຕົກຕາດແຝກ
- ສູນສິລະປະຊີບແມ່ເຮືອນ
ແຂວງໄຊຍະບູລີ
ແຂວງໄຊຍະບູລີ
| |||||||||||||||||||||
== ປະຫວັດແຂວງໄຊຍະບູລີ ==
ລັກສະນະພູມສັນຖານ[ແກ້ໄຂ]
ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂວງອຸດົມໄຊ ມາຍັງແຂວງຫລວງພະບາງ ຈາກຫລວງພະບາງ ແມ່ນ້ຳຂອງໄຫລ ຕໍ່ໄປຍັງແຂວງໄຊຍະບູລີ ແຂວງທີ່ອາດຈະບໍ່ໂດດເດັ່ນໃນເລື່ອງການທ່ອງທ່ຽວຫລາຍເທົ່າໃດ ຖ້າທຽບກັບເມືອງຫລວງພະບາງ ແລະ ນະຄອນວຽງຈັນ ແຕ່ໃນອະນາຄົດອາດໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ຫາກຖະໜົນທີ່ເຊື່ອມຕໍ່ແຂວງນ່ານ ເຂົ້າສູ່ແຂວງໄຊຍະບຸລີຕັດຜ່ານໄປຍັງຫລວງພະບາງ ໄຊຍະບູລີ ເມືອງແຫ່ງປ່າໄມ້ທີ່ອຸດົມສົມບູນ ແລະ ທຳມະຊາດອັນສວຍງາມ ຕັ້ງຢູ່ເທິງພູເຂົາ ແລະ ທົ່ງພຽງ ມີເຂດແດນຕິດກັບໄທຍາວ 647 ກິໂລແມັດ. ປະຊາກອນມີ 8 ເຜົາ ເຊັ່ນ: ເຜົ່າລາວ, ມົ້ງ, ກຶມມຸ ໄທດຳ, ລື້,ຢວນ,ອີມຽນ ເຜົ່າໄປຣ. ທາງຕະເວັນອອກຕິດກັບຝັ່ງແມ່ນ້ຳຂອງ ຈະເຫັນຍອດພູເຂົາທີ່ເບິ່ງໄກໆ ຈະເໝືອນຊ້າງກຳລັງຍ່າງ ຈຶ່ງໄດ້ຊື່ວ່າ ຜາຊ້າງ ສ່ວນທາງທິດຕະເວັນຕົກຂອງຕົວເມືອງເປັນທີ່ຕັ້ງຂອງປ່າສະຫງວນແຫ່ງຊາດນ້ຳປຸ້ຍ ຖັດມາທາງຕອນໃຕ້ໃກ້ຊາຍແດນມີ ນ້ຳຕົກໃຫ້ທ່ຽວຊົມ ໄດ້ແກ່ ນ້ຳຕົກເຮືອນຄຳ ນ້ຳຕົກຕາດເຫືອງ ແຕ່ຍັງບໍ່ມີຖະໜົນເຂົ້າເຖິງ ສ່ວນນ້ຳຕົກທີ່ມີຖະໜົນເຂົ້າເຖິງໄດ້ແກ່ ນ້ຳຕົກຕາດເຈົ້າ ສູງປະມານ 30 ແມັດ ການເດິນທາງສະດວກ ຢູ່ໃກ້ຕົວເມືອງ ຫ່າງຈາກທ່າເຮືອປະມານ 1 ກິໂລແມັດ ຊາວບ້ານສ່ວນໃຫຍ່ນິຍົມມາທ່ຽວພັກຜ່ອນຊຶ່ງເຈົ້າຊີວິດສີສະຫວ່າງວົງໂປດໃຫ້ສ້າງຂຶ້ນ.
ທີ່ຕັ້ງ[ແກ້ໄຂ]
- ຕິດກັບ ແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ ທາງທິດເໜືອ
- ຕິດກັບ ແຂວງເລີຍ ປະເທດໄທ ທາງທິດໃຕ້
- ຕິດກັບ ແຂວງຫລວງພະບາງ ແລະ ແຂວງວຽງຈັນ ທາງທິດຕາເວັນອອກ
- ຕິດກັບ ແຂວງນ່ານ, ອຸດຕະຣະດິດ, ພະເຍົາ, ຊຽງຣາຍ,ພິດສະນຸໂລກ ປະເທດໄທ ທາງທິດຕາເວັນຕົກ
ບັນດາເມືອງ[ແກ້ໄຂ]
- ເມືອງບໍ່ແຕນ (8-09)
- ເມືອງຫົງສາ (8-03)
- ເມືອງແກ່ນທ້າວ (8-08)
- ເມືອງຄອບ (8-02)
- ເມືອງເງິນ (8-04)
- ເມືອງປາກລາຍ (8-07)
- ເມືອງພຽງ (8-06)
- ເມືອງທົ່ງມີໄຊ (8-10)
- ໄຊຍະບູລີ (8-01)
- ເມືອງຊຽງຮ່ອນ (8-05)
- ເມືອງໄຊສະຖານ (8-11)
ສະຖານທີ່ທ່ອງທ່ຽວ[ແກ້ໄຂ]
ົ+ ເພື່ອນເບຍ ຄາລາໂອເກະ ເມືອງປາກລາຍ
- ( ຕາດຂຽວ )
- ບູນກອງເຂົ້າໃຫຍ່ ເມຶືອງພງງ
+ (ຫ້ວຍນໍ້າໃສ ເມືອງໄຊຍະບູລີ



























No comments:
Post a Comment